ເຈົ້າແຂວງອຸດົມໄຊ ລົງເຄື່ອນໄຫວ ແລະ ເຮັດວຽກ ຢູ່ ເມືອງງາ

ເຈົ້າແຂວງອຸດົມໄຊ ລົງເຄື່ອນໄຫວ ແລະ ເຮັດວຽກ ຢູ່ ເມືອງງາ

ວັນທີ 20 ສິງຫານີ້ ທີ່ສະໂມສອນເມືອງງາ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນການພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງງານ ໂອກາດການລົງເຮັດວຽກທ່ານໄດ້ເຂົ້າພົບປະກັບຄະນະພັກອົງການປົກຄອງເມືອງງາ ໂດຍໄດ້ຮັບການຕ້ອນຮັບຈາກ ທ່າ ນນາງ ມະນີຈັນ ວິໄລຈິດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆງາ ພ້ອມດ້ວຍຄະນະ. ໄດ້ຮັບຟັງການລາຍງານສະພາບລວມ ແລະ ວຽກງານທີ່ພົ້ນເດັ່ນຂອງເມືອງງາ ຈາກ ທ່ານ ນາງ ມະນີຈັນ ວິໄລຈິດ ເຈົ້າເມືອງໆງາ.
ໃນໄລຍະ 6 ເດືອນຕົ້ນປີ 2021 ເມືອງງາ ມີທັງໝົດ 9 ກຸ່ມບ້ານ 60 ບ້ານ, ມີຄົວເຮືອນທັງໝົດ 5.942 ຄົວເຮືອນ, ພົນລະເມືອງທັງໝົດ 33 ພັນກ່ວາຄົນ, ຍິງ 16 ພັນກ່ວາຄົນ, ມີບ້ານທຸກຍາກ 36 ບ້ານ, ຄົວເຮືອນທຸກຍາກ 2 ພັນກ່ວາຄົວເຮືອນ, ມີປະຊາກອນທີ່ຍັງທຸກຍາກກວມ 60% ຂອງຈຳນວນປະຊາກອນທັງໝົດ

ຕະຫຼອດໄລຍະ 6 ເດືອນຜ່ານມາພາຍໃຕ້ການຊີ້ນຳ-ນຳພາ ຂອງຄະນະບໍລິຫານພັກເມືອງ ເຮັດໃຫ້ເມືອງງາ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ດ້ານເສດຖະກິດມີຄວາມເຂັ້ມແຂງ, ການຜະລິດກະສິກຳສາມາດຄຸ້ມຄອງໃຫ້ເປັນລະບົບ, ວັດທະນະທຳ-ສັງຄົມ ມີການຂະຫຍາຍຕົວຈາກຕົວເມືອງສູ່ຊົນນະບົດ ພ້ອມດຽວກັນນີ້ ທ່ານຍັງໄດ້ຍົກໃຫ້ຮູ້ເຖິງບັນຫາດ້ານອ່ອນຂໍ້ຄົງຄ້າງ, ທິດທາງແຜນການທີ່ຈະສືບຕໍ່ໃນການຈັດຕັ້ງປະຕິບັດ ແລະຂໍ້ສະເໜີບາງບັນຫາທີ່ກ່ຽວພັນກັບການພັດທະນາຂອງເມືອງງາແລະໄດ້ຮັບການຊີ້ແຈງຈາກພະແນກການທີ່ກ່ຽວຂອງແຂວງຕໍ່ຂໍ້ສະເໜີຕ່າງໆ ໂອກາດການລົງເຄື່ອນໄຫວແລະເຮັດວຽກທ່ານເຈົ້າແຂວງ ກໍໄດ້ເປັນກຽດໂອ້ລົມ ເພື່ອເປັນທິດຊີ້ນຳໃນການແກ້ໄຂບັນຫາ ທັງເປັນແນວທາງໃນການພັດທະນາເມືອງງາ ໃຫ້ຖືກຕ້ອງສອດສ່ອງກັບສະພາບ, ເງື່ອນໄຂ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ທ່ານໄດ້ເນັ້ນໃຫ້ເມືອງສືບຕໍ່ປະຕິບັດບັນດາຄາດໝາຍຕ່າງໆທີ່ກອປະຊຸມໃຫ່ຍຂອງເມືອງໄດ້ກຳນົດໄວ້, ຊອກຫາຊ່ອງທາງແກ້ຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ບັນຫາປະກົດການຫຍໍ້ທໍ້ຢູ່ໃນສັງຄົມ ໂດນສະເພາະແມ່ນ ບັນກາຢາເສບຕິດ, ຂີ້ລັກງັດແງະ, ສຸມໃສ່ຄົ້ນຄ້ວາແຜນການປະຕິບັງານຂອງແຕ່ລະຂະແໜງການໃຫ້ຊັດເຈນ, ປັບປຸງທິດທາງຄາດໝາຍສູ້ຊົນໃຫ້ສອດຄ່ອງ, ເຮັດວຽກງານນຳພາການເມືອງ-ແນວຄິດໃຫ້ພະນັກງານ ແລະພໍ່ແມ່ປະຊາຊົນ ໄດ້ຮັບຮູ້, ເຂົ້ໃຈຢ່າງຈະແຈ້ງຕໍ່ກັບບັນຫາຕ່າງ, ສືບຕໍ່ຮັກສາມູນເຊື້ອໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບປະກັນໃຫ້ທົ່ວເມືອງມີສະຖຽນລະພາບທາງການເມືອງ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ປຸກລະດົມປະຊາຊົນທຳການຜະລິດແກ້ໄຂຊີວິດການເປັນຢູ່ດ້ວຍການປູກ-ການລ້ຽງ ໂດຍສະເພາະແມ່ນ ການລ້ຽງສັດໃຫ່ຍ, ການປູກມອນ-ລ້ຽງມ້ອນ, ກຽມຄວາມສະດວກດ້ານຕ່າງໆ ເພື່ອຮອງຮັບການລົງທຶນໃນຕໍ່ໜ້າ, ສູ້ຊົນການຈັດເກັບລາຍຮັບໃຫ້ໄດ້ຕາມແຜນການ, ປະເມີນຄືນບ້ານພົ້ນທຸກ, ບ້ານພັດທະນາ, ຕິດຕາມການເຂົ້າອອກຂອງພົນລະເມືອງ, ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ, ແກ້ໄຂບັນຫາຢູ່ທ້ອງຖິ່ນຮາກຖານ, ປັບປຸກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ສືບຕໍ່ພັດທະນາຊົນນະບົດ, ຈັດສັນພູມລຳເນົາ, ເຕົ້າໂຮມບ້ານນ້ອຍເປັນບ້ານໃຫ່ຍ ເພື່ອສ້າງຄວາມສະດວກໃຫ້ແກ່ການພັດທະນາ, ປັບປຸງແບບແຜນການນຳພາຂອງຄະນະພັກ, ຄະນະນຳ ໃຫ້ມີຄວາມສອດຄ່ອງ, ແບ່ງຄວາມຮັບຜິດຊອບຢ່າງລະອຽດຈະແຈ້ງ ສຳຄັນແມ່ນໃຫ້ກະກຽມຄວາມພ້ອມໃນການປະຕິບັດສອງວາລະແຫ່ງຊາດ ຕ້ານຢາເສບຕິດ ແລະ ແກ້ໄຂເສດຖະກິດ.

ໃນໂອກາດທີ່ທ່ານເຈົ້າແຂວງ ພ້ອມດ້ວຍຄະນະ ລົງເຄື່ອນໄຫວເຮັດວຽກ ຢູ່ ເມືອງງາ ທ່ານໄດ້ນຳເອົາຄອມພີວເຕີ ແລະ ເງີນສົດຈຳນວນ 5 ລ້ານກີບ ມອບໃຫ້ແກ່ເມືອງ ເພື່ອປະກອບສ່ວນເຂົ້າໃນການປະຕິບັດວຽກງານ. ນອກຈາກນີ້ທ່ານເຈົ້າແຂວງ ພ້ອມດ້ວຍຄະນະ ກໍໄດ້ລົງໄປເບິ່ງການພັດທະນາພື້ນພື້ນຖານໂຄງລ່າງຂອງເມືອງ, ລົງພົບປະຊາຊົນເຂດບ້ານຫ້ວຍເຊີຍ, ເບິ່ງການກໍ່ສ້າງຕາຂ່າຍໄຟຟ້າ ການສະໜອງໄຟໃຫ້ແກ່ເສັ້ນທາງລົດໄຟ, ເຂດຈັດສັນ, ກິດຈະກຳການປູກມອນ-ລ້ຽງມ້ອນ ແລະ ໂຄງການກໍ່ສ້າງທີ່ຢູ່ອາໄສໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟຢູ່ບ້ານນາຄົກຕື່ມອີກ.