ມອບຄອມພີວເຕີ ໃຫ້ຫ້ອງວ່າການ ເມືອງງາ

ຫ້ອງວ່າການແຂວງອຸດົມໄຊ ລົງເຄື່ອນໄຫວວຽກງານຫ້ອງວ່າການຮອບດ້ານຢູ່ເມືອງງາ ເພື່ອແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ຊີ້ນຳແຜນວຽກໃນຕໍ່ໜ້າໃຫ້ມີປະສິດທິພາບຫຼາຍຂື້ນເປັນຕົ້ນແມ່ນ ວຽກງານການເປັນເສນາທິການອຳນວຍຄວາມສະດວກໃຫ້ການນຳ, ວຽກງານບໍລິຫານ ພິທີການ ການຮັບແຂກ, ວຽກງານຄົ້ນຄວ້າ-ສັງລວມ, ວຽກງານຮາກຖານການເມືອງ ແລະວຽກງານອື່ນຢ່າງຮອບດ້ານ ແລະ ຫັນເປັນທັນສສະໄໝເທືອລະກ້າວການລົງເຮັດວຽກຮ່ວມກັບເມືອງຄັ້ງນີ້ ຫ້ອງວ່າການແຂວງໄດ້ນຳເອົາເຄື່ອງຄອມພີວເຕີ ຈຳນວນ 1ຊຸດ, ເຄື່ອງພິ່ນເຕີ 1ຊຸດ ແລະ ລົດຖີບຈຳນວນ 3 ຄັນມອບໃຫ້ເມືອງງາ ເພື່ອຮັບໃຊ້ເຂົ້າໃນວຽກງານຫ້ອງວ່າການຂອງເມືອງ.

Read More

ເຈົ້າແຂວງອຸດົມໄຊ ລົງເຄື່ອນໄຫວ ແລະ ເຮັດວຽກ ຢູ່ ເມືອງງາ

ວັນທີ 20 ສິງຫານີ້ ທີ່ສະໂມສອນເມືອງງາ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນການພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງງານ ໂອກາດການລົງເຮັດວຽກທ່ານໄດ້ເຂົ້າພົບປະກັບຄະນະພັກອົງການປົກຄອງເມືອງງາ ໂດຍໄດ້ຮັບການຕ້ອນຮັບຈາກ ທ່າ ນນາງ ມະນີຈັນ ວິໄລຈິດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆງາ ພ້ອມດ້ວຍຄະນະ. ໄດ້ຮັບຟັງການລາຍງານສະພາບລວມ ແລະ ວຽກງານທີ່ພົ້ນເດັ່ນຂອງເມືອງງາ

Read More

6 ເດືອນຜ່ານມາ ເມືອງງາ ຈັດເກັບລາຍຮັບ ເຂົ້າງົບປະມານໄດ້ 13,87 ຕື້ກີບ

ຕາມການລາຍງານຂອງ ທ່ານ ນາງ ມະນີຈັນ ວິໄລຈິດ ເຈົ້າເມືອງໆງາ ຕໍ່ທ່ານເຈົ້າແຂວງອຸດົມໄຊ ໂອກາດລົງເຄື່ອນໄຫວ ແລະ ເຮັດວຽກຢູ່ເມືອງງາ ເມື່ອທ້າຍອາທິດທີ່ຜ່ານມານີ້ວ່າ: ຕະຫຼອດໄລຍະ 6 ເດືອນຜ່ານມາ ພາຍໃຕ້ການຊີ້ນຳ-ນຳພາ ຂອງອົງຄະນະພັກເມືອງງາ ເຮັດໃຫ້ທົ່ວເມືອງງາ ມີສະຖຽນລະພາບທາງດ້ານການເມືອງ  ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ,  ເສດຖະກິດມີຄວາມເຂັ້ມແຂງ ໄດ້ເອົາໃຈໃສ່ໃນວຽກງານກະສິກຳໃຫ້ເປັນລະບົບດີຂຶ້ນ ແນ່ໃສ່ການປູກພືດຜະລິດສະບຽງອາຫານເປັນຫຼັກ ໃນນີ້

Read More